SBS Lao - SBS ພາສາລາວ
SBS
0
SBS Lao is a podcast that provides independent news and stories from SBS Audio, connecting listeners to life in Australia and the Lao-speaking Australian community. It covers current events and cultural topics relevant to Lao-Australians.
Episódios
-
ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່ 01.10.2026 14minຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ? -
ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ 01.10.2026 6minຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ. -
ວ່າດ້ວຍ ເວລາໃນລະດູຮ້ອນ (Daylight Saving Time) 01.10.2026 10minເຖິງເວລານັ້ນຂອງປີອີກແລ້ວ ທີ່ຢ່າງນ້ອຍບາງຄົນໃນອອສເຕຣເລັຍ ເຫັນໂມງຂອງພວກເຂົາປ່ຽນ. ແຕ່ເວລາໃນລະດູຮ້ອນ (Daylight Saving Time) ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ການມີແສງທັມມະຊາດ ໄດ້ຖືກພິສູດແລ້ວວ່າ ມີປໂຍດຫຼາຍຕໍ່ສຸຂະພາບສ່ວນບຸກຄົນ ແລະສັງຄົມ, ແຕ່ຫຼາຍຄົນຮູ້ສຶກວ່າ ການປັບໂຕປະຈໍາປີນີ້.... ບໍ່ຈໍາເປັນ. -
ສລຸບຂ່າວປະຈຳອາທິດ 01 ຕຸລາ 2026 01.10.2026 12minສລຸບຂ່າວ ປະຈຳອາທິດ ວັນທີ 1 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ຜູ້ໂດຍສານເລົ່າເຖິງຄວາມຢ້ານກົວ ແລະຄວາມວຸ່ນວາຍຫຼັງການປະທະວິວາດກັນໃນເຮືອບິນໄປອິສຣາເອລ ... ** ທະຫານອາເມຣິກາທັງຫມົດຖືກຖອນອອກຈາກ Iraq ... ແລະໃນ ຂ່າວກິລາ... ** Nathan Cleary ໄດ້ຮັບລາງວັນຫຼຽນ Dally M ຂອງ NRL... -
Who really runs Australia, and where you fit in | How Australia Works - ທ່ານຮູ້ບໍ່ວ່າ ໃຜ ແມ່ນຜູ້ປົກຄອງອອສເຕຣເລັຍແທ້? 29.09.2026 20minDo you know who can help you with a business permit, a rental problem or family support? Through the stories of Fedele, Carol and Abeer, learn how Australia’s three levels of government work. Find out what local, state or territory, and federal governments are responsible for and where to turn for help. - ທ່ານຮູ້ບໍ່ວ່າໃຜສາມາດຊ່ວຍທ່ານໃນເລື່ອງໃບອະນຸຍາດທຸຣະກິດ, ບັນຫາການເຊົ່າ ຫຼື ການສນັບສນູນຄອບຄົວ? ຜ່ານເລື່ອງລາວຂອງ Fedele, Carol ແລະ Abeer, ຮຽນຮູ້ວ່າ ຣັດຖະບານສາມລະດັບ ຂອງອອສເຕຣເລຍ ເຮັດວຽກແນວໃດ. ຄົ້ນພົບວ່າຣັດຖະບານທ້ອງຖິ່ນ, ລະດັບຣັດ ຫຼື ເຂດປົກຄອງ, ແລະ ຣັດຖະບານກາງຮັບຜິດຊອບຫຍັງ ແລະ ຈະໄປຂໍຄວາມຊ່ວຍເຫຼືອຈາກໃສ.How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນພອດຄາສຕ໌ຂອງ SBS ທີ່ໃຊ້ເລື່ອງຊີວິດຈິງແລະການອະທິບາຍທີ່ຊັດເຈນເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານອອສເຕຣເລັຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງຊຸດນີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາທີ່:How Australia Works main page. -
Prostate cancer in Australia: Testing, treatment and support - ມະເຮັງຕ່ອມລູກໝາກ ໃນອອສເຕຣເລັຍ: ການທົດສອບ, ການຮັກສາ ແລະ ການສນັບສນູນ. 24.09.2026 13minAbout one in five Australian men will be diagnosed with prostate cancer in their lifetime. Understanding the prostate, your risk and the options for testing can help with early detection and treatment. In this episode of Australia Explained, learn about prostate cancer, PSA testing, treatment and support. - ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ. ການເຂົ້າໃຈຕ່ອມລູກໝາກ, ຄວາມສ່ຽງຂອງທ່ານ ແລະທາງເລືອກໃນການກວດ ສາມາດຊ່ວຍໃນການກວດພົບ ແລະການຮັກສາໃນຕອນຕົ້ນ. ໃນຕອນນີ້ຂອງລາຍການ Australia Explained, ມາຮຽນຮູ້ກ່ຽວກັບມະເຮັງຕ່ອມລູກໝາກ, ການທົດສອບ PSA, ການຮັກສາ ແລະການ ສນັບສນູນ. -
ປັນຫາລະຫວ່າງ Donald Trump ແລະສື່. 24.09.2026 7minການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ. -
ຂ່າວປະຈຳອາທິດ 24 ກັນຍາ 2026 24.09.2026 14minສລຸບຂ່າວ ປະຈຳອາທິດ ທີ 24 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ຕົວແທນ AI ໄດ້ເຈາະເຂົ້າລະບົບ Medicare... *** ອອສເຕຣເລັຍໄດ້ລົງນາມ ສັນຍາຄວາມປອດພັຍ 10 ປີກັບ Ukraine... ແລະໃນ ຂ່າວກິລາ... *** Wheelaroos ຂອງອອສເຕຣເລັຍ ໄດ້ຕັ້ງຊື່ຕາມການແຂ່ງຂັນ Rugby ໂລກໃນເດືອນຕຸລາ... -
ປັນຫາທີ່ເລີ້ມປາກົດຂຶ້ນຂອງ Donald Trump 24.09.2026 9minໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ. ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວເອງ. -
ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ 17.09.2026 12minລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027. -
ນະໂຍບາຍ ເງິນບຳນານຂອງພັກ One Nation. 17.09.2026 11minພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ. -
ສລຸບຂ່າວປະຈຳອາທິດ 17 ກັນຍາ 2026 17.09.2026 14minຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle. -
ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ. 17.09.2026 10minເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້. -
ສລຸບຂ່າວປະຈຳອ່ທິດ 100926 10.09.2026 14minຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana... -
ໂຣກປະສາດການເຄື່ອນໄຫວ (Motor Neurone Disease) 10.09.2026 9minການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ. -
ການຂຍາຍໂຕຂອງ ສົງຄາມຣັສເຊັຍ- Ukraine 10.09.2026 9minຫຼັງຈາກສົງຄາມຜ່ານໄປຫຼາຍກວ່າ 4 ປີ, ການຕໍ່ສູ້ລະຫວ່າງຣັສເຊັຍແລະ Ukraine ກໍາລັງທະວີຄວາມຮຸນແຮງຂຶ້ນ. ໃນຂນະທີ່ການຕໍ່ສູ້ເພື່ອດິນແດນທາງພື້ນດິນ ຍັງຄົງສເມີກັນເປັນສ່ວນໃຫຍ່, ແຕ່ສົງຄາມໃນທ້ອງຟ້າກໍາລັງຂຍາຍໂຕອອກ, ດ້ວຍໂດຣນແລະຂີປະນາວຸດ ທີ່ໂຈມຕີເລິກເຂົ້າໄປໃນທັງສອງປະເທດ ແລະສ້າງຄວາມກັງວົນວ່າ ຄວາມຂັດແຍ້ງນີ້ ອາດຈະລຸກລາມເລິກເຂົ້າໄປໃນຢູໂຣບ ຊຶ່ງກໍາລັງພິຈາຣະນາການບັງຄັບໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຂຶ້ນ ແລະການຈໍາກັດ ການເດີນທາງຂອງຊາວຣັສເຊັຍ, ໃນຂນະທີ່ປະເທດສະມາຊິກ ໄດ້ສັນຍາວ່າ ຈະເພີ່ມການປ້ອງກັນທາງອາກາດໃຫ້ Ukraine ຫຼາຍຂຶ້ນ. -
ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ 10.09.2026 8minWashington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ. -
ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ 03.09.2026 16minລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ. -
What are my rights if stopped by police in Australia? - ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ? 03.09.2026 11minPolice officers have a range of operational powers they can exercise under legislation, including to ask questions, give ‘move on’ directions and conduct searches. Here’s what you need to know about your basic rights and obligations in a police interaction. - ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນການກວດຄົ້ນ. ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ກ່ຽວກັບສິດທິ ແລະໜ້າທີ່ພື້ນຖານຂອງທ່ານ ໃນການປະຕິສໍາພັນກັບຕໍາຫຼວດ. -
ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026 03.09.2026 8minຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.
Popular em
Este podcast também aparece nas paradas de podcasts destes países.