SBS Lao - SBS ພາສາລາວ
SBS
0
SBS Lao is a podcast that provides independent news and stories from SBS Audio, connecting listeners to life in Australia and the Lao-speaking Australian community. It covers current events and cultural topics relevant to Lao-Australians.
Эпизоды
-
ການປ່ຽນຜ່ານດ້ານພະລັງງານ. 31.07.2026 13минເຂດ Hunter ຂອງ New South Wales ມີຄວາມກ່ຽວພັນ ກັບການຂຸດຖ່ານຫີນ ແລະການຜລິດພະລັງງານ ເປັນເວລາດົນນານ. ເມື່ອການປ່ຽນແປງ ໄປສູ່ພະລັງງານໃຫມ່ ກໍາລັງເພີ່ມຂຶ້ນ, ຜູ້ມີສ່ວນຮ່ວມສໍາຄັນ ກໍພະຍາຍາມໃຫ້ແນ່ໃຈວ່າ ມີວຽກເຮັດພຽງພໍ ສໍາລັບຄົນງານທີ່ຈະຖືກຍົກຍ້າຍ. ແຕ່ສຳລັບຜູ້ທີ່ເຮັດວຽກກ່ຽວກັບຖ່ານຫີນ ແລະເຄີຍໄດ້ຮັບຄ່າຈ້າງດີ ຈະເຮັດແນວໃດກັບອະນາຄົດຂອງເຂົາເຈົ້າ? -
ຂໍ້ຕົກລົງນິວເຄລັຍລະຫວ່າງອາເມຣິກາ ກັບ Saudi Arabia. 31.07.2026 8минສະຫະຣັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງ ນິວເຄລັຍພົນລະເຮືອນ (Civilian Nuclear Agreement) ທີ່ສໍາຄັນກັບ Saudi Arabia, ຊຶ່ງເຮັດໃຫ້ບໍຣິສັດອາເມຣິກັນ ສາມາດຊ່ວຍສ້າງອຸດສາຫະກັມນິວເຄລັຍ ຂອງປະເທດໄດ້. Washington ກ່າວວ່າ ຂໍ້ຕົກລົງນີ້ ຊ່ອຍເສີມສ້າງ ຄວາມສໍາພັນກັບ Riyadh ແລະເປັນໄປຕາມມາດຕະຖານສູງສຸດ ຂອງຄວາມປອດພັຍນິວ ເຄລັຍ. ແຕ່ຜູ້ວິຈານກັງວົນວ່າ ມັນອາດຈະເພີ່ມຄວາມສ່ຽງ ໃນການແພ່ຂຍາຍອາວຸດນິວເຄລັຍ ເນື່ອງຈາກສະຫະຣັດ ແລະອີຣານ ຍັງຄົງຢູ່ໃນສົງຄາມທີ່ທະວີຄວາມຮຸນແຮງຂຶ້ນ. -
ສລຸບຂ່າວປະຈຳອາທິດ 300726 31.07.2026 13минສລຸບຂ່າວປະຈຳອາທິດ 30 ກໍລະກົດ 2026. -
ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ. 31.07.2026 7минເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ ຊຶ່ງມີຈຸດສູນກາງ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki. ຍັງມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1. ຣັດຖະບານເຕືອນຜູ້ຄົນໃຫ້ສັກສາຕົວເອງຈາກອັນຕະຣາຍ ແລະ ຣັດຖະບານ Takaichi ຈະພະຍາຍາມສຸດຄວາມສາມາດ ທີ່ຈະຕອບສນອງ ດ້ວຍເຫື່ອແຮງທັງຫມົດແລະ ໃຫ້ຄວາມສໍາຄັນກັບຊີວິດມະນຸດ ເໜືອທຸກຢ່າງ. -
ຜົນກະທົບຂອງໄຟໄໝ້ປ່າໃນ Canada. 23.07.2026 9минໄຟປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ. ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ. -
ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer 23.07.2026 6минອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ່ມີສຸຂະພາບດີຈະມີອາການ. -
ຜູ້ສັງເກດການ ການປະມົງໃນເຂດເກາະປາຊີຟິກ. 23.07.2026 10минອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ. ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ. -
ສລຸບຂ່າວປະຈຳອາທິດ 240726 23.07.2026 12минສລຸບຂ່າວປະຈຳອາທິດ 240726 -
ສລຸບ ໃນມື້ທີ 36 ຂອງ FIFA World Cup 2026 17.07.2026 5мин?ລຸບຂ່າວປະຈຳວັນຂອງ FIFA World Cup 2026™ -
ສລຸບຂ່າວປະຈຳອາທິດ 16 ມີຖຸນາ 2026 17.07.2026 14минສລຸບຂ່າວທົ່ວໂລກປະຈຳອາທິດ ພ້ອມດ້ວຍຂ່າວອື່ນໆ -
ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ. 16.07.2026 9минການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອສເຕຣເລັຍດ້ວຍ. -
ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ. 16.07.2026 8минມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ. -
ສລຸບເຕະບານໂລກ 100726 10.07.2026 4минປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ. -
ການປະເມີນ ກ່ຽວກັບປັນຍາປະດິດ 09.07.2026 6минຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ. -
ລາຍງາຍກ່ຽວກັບໄຟໄຫມ້ປ່າໃນ ຢູໂຣບ. 09.07.2026 6минໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ. ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ ແມ່ນແຕ່ການແຂ່ງຂັນຣົດຖີບ Tour de France ກໍຍັງໄດ້ຮັບຜົນກະທົບ. -
ຜົນກະທົບຂອງ El Niño 09.07.2026 10минອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ. El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ. ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ. -
ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 2026 09.07.2026 4минຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland. -
ຂ່າວຫຼ້າສຸດຈາກການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ 02.07.2026 4минມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ. -
ສົງຄາມຕາເວັນອອກກາງ 290626 02.07.2026 9минໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ. -
ຄື້ນຄວາມຮ້ອນ ໃນຢູໂຣບ. 02.07.2026 11минອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.
Популярен в
Этот подкаст также попадал в подкаст-чарты этих стран.