SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

SBS
Ország Ausztrália
Nyelv LO
Epizódok 699
Legutóbbi 24.09.2026

SBS Lao is a podcast that provides independent news and stories from SBS Audio, connecting listeners to life in Australia and the Lao-speaking Australian community. It covers current events and cultural topics relevant to Lao-Australians.

Epizódok

  • Prostate cancer in Australia: Testing, treatment and support - ມະເຮັງຕ່ອມລູກໝາກ ໃນອອສເຕຣເລັຍ: ການທົດສອບ, ການຮັກສາ ແລະ ການສນັບສນູນ. 24.09.2026 13p
    About one in five Australian men will be diagnosed with prostate cancer in their lifetime. Understanding the prostate, your risk and the options for testing can help with early detection and treatment. In this episode of Australia Explained, learn about prostate cancer, PSA testing, treatment and support. - ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ. ການເຂົ້າໃຈຕ່ອມລູກໝາກ, ຄວາມສ່ຽງຂອງທ່ານ ແລະທາງເລືອກໃນການກວດ ສາມາດຊ່ວຍໃນການກວດພົບ ແລະການຮັກສາໃນຕອນຕົ້ນ. ໃນຕອນນີ້ຂອງລາຍການ Australia Explained, ມາຮຽນຮູ້ກ່ຽວກັບມະເຮັງຕ່ອມລູກໝາກ, ການທົດສອບ PSA, ການຮັກສາ ແລະການ ສນັບສນູນ.
  • ປັນຫາລະຫວ່າງ Donald Trump ແລະສື່. 24.09.2026 7p
    ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.
  • ຂ່າວປະຈຳອາທິດ 24 ກັນຍາ 2026 24.09.2026 14p
    ສລຸບຂ່າວ ປະຈຳອາທິດ ທີ 24 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ຕົວແທນ AI ໄດ້ເຈາະເຂົ້າລະບົບ Medicare... *** ອອສເຕຣເລັຍໄດ້ລົງນາມ ສັນຍາຄວາມປອດພັຍ 10 ປີກັບ Ukraine... ແລະໃນ ຂ່າວກິລາ... *** Wheelaroos ຂອງອອສເຕຣເລັຍ ໄດ້ຕັ້ງຊື່ຕາມການແຂ່ງຂັນ Rugby ໂລກໃນເດືອນຕຸລາ...
  • ປັນຫາທີ່ເລີ້ມປາກົດຂຶ້ນຂອງ Donald Trump 24.09.2026 9p
    ໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ. ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວເອງ.
  • ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ 17.09.2026 12p
    ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.
  • ນະໂຍບາຍ ເງິນບຳນານຂອງພັກ One Nation. 17.09.2026 11p
    ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.
  • ສລຸບຂ່າວປະຈຳອາທິດ 17 ກັນຍາ 2026 17.09.2026 14p
    ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.
  • ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ. 17.09.2026 10p
    ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.
  • ສລຸບຂ່າວປະຈຳອ່ທິດ 100926 10.09.2026 14p
    ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...
  • ໂຣກປະສາດການເຄື່ອນໄຫວ (Motor Neurone Disease) 10.09.2026 9p
    ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.
  • ການຂຍາຍໂຕຂອງ ສົງຄາມຣັສເຊັຍ- Ukraine 10.09.2026 9p
    ຫຼັງຈາກສົງຄາມຜ່ານໄປຫຼາຍກວ່າ 4 ປີ, ການຕໍ່ສູ້ລະຫວ່າງຣັສເຊັຍແລະ Ukraine ກໍາລັງທະວີຄວາມຮຸນແຮງຂຶ້ນ. ໃນຂນະທີ່ການຕໍ່ສູ້ເພື່ອດິນແດນທາງພື້ນດິນ ຍັງຄົງສເມີກັນເປັນສ່ວນໃຫຍ່, ແຕ່ສົງຄາມໃນທ້ອງຟ້າກໍາລັງຂຍາຍໂຕອອກ, ດ້ວຍໂດຣນແລະຂີປະນາວຸດ ທີ່ໂຈມຕີເລິກເຂົ້າໄປໃນທັງສອງປະເທດ ແລະສ້າງຄວາມກັງວົນວ່າ ຄວາມຂັດແຍ້ງນີ້ ອາດຈະລຸກລາມເລິກເຂົ້າໄປໃນຢູໂຣບ ຊຶ່ງກໍາລັງພິຈາຣະນາການບັງຄັບໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຂຶ້ນ ແລະການຈໍາກັດ ການເດີນທາງຂອງຊາວຣັສເຊັຍ, ໃນຂນະທີ່ປະເທດສະມາຊິກ ໄດ້ສັນຍາວ່າ ຈະເພີ່ມການປ້ອງກັນທາງອາກາດໃຫ້ Ukraine ຫຼາຍຂຶ້ນ.
  • ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ 10.09.2026 8p
    Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ.
  • ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ 03.09.2026 16p
    ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ.
  • What are my rights if stopped by police in Australia? - ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ? 03.09.2026 11p
    Police officers have a range of operational powers they can exercise under legislation, including to ask questions, give ‘move on’ directions and conduct searches. Here’s what you need to know about your basic rights and obligations in a police interaction. - ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນການກວດຄົ້ນ. ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ກ່ຽວກັບສິດທິ ແລະໜ້າທີ່ພື້ນຖານຂອງທ່ານ ໃນການປະຕິສໍາພັນກັບຕໍາຫຼວດ.
  • ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026 03.09.2026 8p
    ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.
  • ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 03.09.2026 11p
    ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...
  • ເກີດແຜ່ນດິນໄຫວໃນປະເທດ Colombia. 13.08.2026 8p
    ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela ທີ່ໄດ້ຜ່ານເຫດການແຜ່ນດິນໄຫວສອງຄັ້ງ ທີ່ຮ້າຍແຮງ ໃນອາທິດຜ່ານມາ, ຊຶ່ງເຮັດໃຫ້ມີການສູນເສັຍຊີວິດ ຫຼາຍກວ່າ 6,300 ຄົນ.
  • ບົດບາດຂອງອອສເຕຣເລັຍ ຕໍ່ໄຟໄໝ້ປ່າໃນ ຢູໂຣບ. 13.08.2026 7p
    ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ. ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ. ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວຊານພິເສດ 25 ຄົນ ໄປຍັງປະເທດ France.
  • ສລຸບຂ່າວປະຈຳອາທິດ 130826 13.08.2026 13p
    ສລຸບຂ່າວປະຈຳອາທິດ 060826
  • ການປະຊຸມສຸດຍອດພູມິພາກ ASEAN 13.08.2026 8p
    ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.

Népszerű itt:

Ez a podcast ezeknek az országoknak a podcast-listáin is szerepel.