SBS Lao - SBS ພາສາລາວ
SBS
0
SBS Lao is a podcast that provides independent news and stories from SBS Audio, connecting listeners to life in Australia and the Lao-speaking Australian community. It covers current events and cultural topics relevant to Lao-Australians.
Episodes
-
ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 13.11.2026 12mສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ.#sbsaudiopodcast -
ຜົນການເລືອກຕັ້ງໃນ New Zealand. 13.11.2026 10mການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ່າຄອງຊີບ ຈະເປັນປັນຫາຫຼັກໃນວາຣະຕໍ່ໄປ. -
ອັດຕາການວ່າງງານໃນ ອອສເຕຣເລັຍ. 13.11.2026 7mອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງຂອງປະເທດ ກໍາລັງຫຼຸດຈໍານວນພະນັກງານລົງ. ຜູ້ຊ່ຽວຊານໄດ້ຕັ້ງຄຳຖາມວ່າ AI ໄດ້ປ່ຽນແປງສະພາບວຽກງານບໍ່, ຫຼືການປ່ຽນແປງພຶດຕິກັມຜູ້ບໍຣິໂພກ ກໍາລັງເຮັດໃຫ້ມີຕໍາແຫນ່ງຫຼາຍຮ້ອຍຕໍາແຫນ່ງ ຕົກຢູ່ໃນຄວາມສ່ຽງ? -
ອັດຕາການວ່າງງານໃນ ອອສເຕຣເລັຍ. 13.11.2026 7mອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງຂອງປະເທດ ກໍາລັງຫຼຸດຈໍານວນພະນັກງານລົງ. ຜູ້ຊ່ຽວຊານໄດ້ຕັ້ງຄຳຖາມວ່າ AI ໄດ້ປ່ຽນແປງສະພາບວຽກງານບໍ່, ຫຼືການປ່ຽນແປງພຶດຕິກັມຜູ້ບໍຣິໂພກ ກໍາລັງເຮັດໃຫ້ມີຕໍາແຫນ່ງຫຼາຍຮ້ອຍຕໍາແຫນ່ງ ຕົກຢູ່ໃນຄວາມສ່ຽງ? -
ການລົງມະຕິຖອດຖອນ Pete Hegseth. 13.11.2026 10mDonald Trump ກໍາລັງປ້ອງກັນຣັດຖະມົນຕີການປ້ອງກັນປະເທດຂອງລາວ Pete Hegseth, ໃນຂນະທີ່ສະມາຊິກສະພານິຕິບັນຍັດພັກ Republican ກຳລັງບັງຄັບໃຫ້ມີການລົງມະຕິຖອດຖອນ Pete Hegseth. Thomas Massie ກ່າວຫາ Hegseth ວ່າໄດ້ກະທໍາສົງຄາມກັບ Iran ຢ່າງຜິດກົດຫມາຍ ໂດຍບໍ່ໄດ້ຮັບອະນຸມັດຈາກສະພາ Congress ແລະຖືກກ່າວຫາວ່າ ໄດ້ໃຊ້ອໍານາດໃນທາງທີ່ຜິດ. ແຕ່ Hegseth ມີການສນັບສນູນ ຈາກພັກ Republican ຫຼາຍພໍ ທີ່ຈະ ຊນະຄໍາສັ່ງຖອດຖອນຕໍາແຫນ່ງຫຼືບໍ່?#sbsaudiopodcast -
ສລຸບຂ່າວປະຈຳອາທິດ 5 ພິຈິກ 2026 06.11.2026 11mຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ....... ໄຊຊນະທີ່ຍິ່ງໃຫຍ່ ສໍາລັບພັກ Democrats ໃນການເລືອກຕັ້ງກາງວາຣະຂອງສະຫະຣັດ. ...... ມີຜູ້ເສັຍຊີວິດ ຢ່າງນ້ອຍ 40 ຄົນ ຫຼັງຈາກການໂຈມຕີຂອງຣັສເຊຍ ຕໍ່ຈຸດແຈກຈ່າຍຄວາມຊ່ວຍເຫຼືອໃນ Ukraine. ແລະໃນຂ່າວກິລາ, ນັກເທນນິສໃນຕຳນານ Rafael Nadal ກັບຄືນມາສູ່ເດີ່ນອີກເທື່ອໜຶ່ງ. -
ຂ່າວການຈະຣາຈົນໃນປະເທດ Germany. 05.11.2026 6mການປະທ້ວງໃນ Germany ທີ່ຈັດຂຶ້ນໂດຍເຍົາວະຊົນ ແລະການເຄື່ອນໄຫວທີ່ເອີ້ນວ່າ Gen Z Takes Charge ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຫຼາຍເມືອງ. ທາງການ German ກໍາລັງເຕືອນວ່າ ຈະມີການລົງໂທດຢ່າງຮຸນແຮງສຳລັບຜູ້ຮັບຜິດຊອບ ຕໍ່ການຈະຣາຈົນຄັ້ງນີ້. ຄວາມບໍ່ສງົບ ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວກັບຄ່າຄອງຊີບ, ການສຶກສາ ແລະບໍຣິການສາທາຣະນະ. ໃນຂນະດຽວກັນ ທາງການ German ຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄວບຄຸມຊາຍແດນ ເນື່ອງຈາກມີຄວາມກັງວົນວ່າ ກຸ່ມຫົວຮຸນແຮງຈາກຕ່າງປະເທດອາດຈະໃຊ້ປໂຍດຈາກການປະທ້ວງດັ່ງກ່າວ. -
How people shape change, and why your voice matters | How Australia Works - ຜູ້ຄົນສາມາດປ່ຽນແປງຫຍັງໄດ້ແດ່? ແລະສຽງຂອງທ່ານມີຄວາມສຳຄັນຢ່າງໃດ? ອອສເຕຣເລັຍເຮັດວຽກແນວໃດ? 27.10.2026 6mCan a small group change a local council decision? When Julie learns her community library may close, she joins other residents in a campaign to save it. Her story explores how you can take part in Australian democracy by signing petitions, attending community meetings, contacting councillors and voting. - ກຸ່ມນ້ອຍໆ ກໍສາມາດປ່ຽນແປງການຕັດສິນ ຂອງສະພາທ້ອງຖິ່ນໄດ້ຫຼືບໍ່? ເມື່ອ Julie ຮູ້ວ່າຫ້ອງສມຸດຊຸມຊົນຂອງນາງອາດຈະຖືກປິດ, ນາງຈຶ່ງຮ່ວມກັບຜູ້ອາສັຍອື່ນໆ ໃນການຣົນນະຣົງເພື່ອຮັກສາມັນ. ເລື່ອງຂອງນາງໄດ້ເຮັດໃຫ້ເຫັນເຖິງ ວິທີທີ່ທ່ານສາມາດມີສ່ວນຮ່ວມ ໃນປະຊາທິປະໄຕອອສເຕຣເລັຍ ໂດຍການລົງຊື່ໃນຄໍາຮ້ອງ, ເຂົ້າຮ່ວມປະຊຸມຊຸມຊົນ, ຕິດຕໍ່ສະພາເມືອງ ແລະລົງຄະແນນສຽງ.How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານໃນອອສເຕຣເລຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງເລື້ອງເຫຼົ່ານີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາໃນຫນ້າຫຼັກຂອງ How Australia Works main page. -
How laws change, and why it takes time | How Australia Works - How laws change, and why it takes time | How Australia Works 20.10.2026 7mHow do laws change in Australia? Through Rodney Croome’s campaigns for human rights and marriage equality, learn how personal stories, community action, courts and parliament can help change the law, and why the process can take time. - ກົດຫມາຍໃນ ປ່ຽນແປງແນວໃດ? ຜ່ານການຮ່ວມມືຂອງ Rodney Croome ສໍາລັບສິດທິມະນຸດ ແລະຄວາມເທົ່າທຽມໃນການແຕ່ງງານ, ຮຽນຮູ້ວ່າເລື່ອງລາວສ່ວນຕົວ, ການເຄື່ອນໄຫວຂອງຊຸມຊົນ, ສານ ແລະຣັດຖະສະພາ ສາມາດຊ່ວຍປ່ຽນແປງກົດຫມາຍໄດ້ແນວໃດ ແລະເປັນຫຍັງ ກະບວນການນີ້ອາດຈະໃຊ້ເວລາ.How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານໃນອອສເຕຣເລຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງເລື້ອງເຫຼົ່ານີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາໃນຫນ້າຫຼັກຂອງ How Australia Works main page. -
Why power is split, and how that protects you | How Australia Works - Why power is split, and how that protects you | How Australia Works 09.10.2026 6mAfter receiving a fine for not wearing his motorbike helmet correctly, Hugo decides to have the matter heard in court. His story explains how Parliament, government and the courts have different roles, and how some official decisions can be questioned. - ຫຼັງຈາກຖືກປັບໃໝ ເນື່ອງຈາກບໍ່ໃສ່ຫມວກຕອນຂີ່ຣົດຈັກຢ່າງຖືກຕ້ອງ, Hugo ຕັດສິນໃຈຈະນໍາເລື່ອງນີ້ໄປໃຫ້ສານພິຈາະນາ. ເລື່ອງຂອງລາວ ຊ່ວຍອະທິບາຍວ່າຣັດຖະສະພາ, ຣັດຖະບານ ແລະສານມີບົດບາດທີ່ແຕກຕ່າງກັນ, ແລະການຕັດສິນບາງຢ່າງ ເປັນທາງການສາມາດຖືກຕັ້ງຄໍາຖາມໄດ້.How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນ podcast ຂອງ SBS ທີ່ໃຊ້ເລື່ອງໃນຊີວິດຈິງ ແລະການອະທິບາຍທີ່ຊັດເຈນ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈວ່າ ຣັດຖະບານໃນອອສເຕຣເລັຍເຮັດວຽກແນວໃດ. ວ່າກົດຫມາຍໄດ້ຖືກສ້າງ ແລະປ່ຽນແປງແນວໃດ ແລະວິທີ ທີ່ທ່ານສາມາດມີສ່ວນຮ່ວມ ໃນການສະແດງຄວາມຄິດເຫັນ. ຟັງຊຸດນີ້ ແລະຄົ້ນຫາ versions ສັ້ນໃນ 60 ພາສາໄດ້ທີ່ຫນ້າຫຼັກ How Australia Works main page. -
Foetal Alcohol Spectrum Disorder ແມ່ນຫຍັງ? 08.10.2026 10mໂຣກສະເປັກຕຣັມເຫຼົ້າ ໃນເດັກໃນທ້ອງແມ່ (Foetal Alcohol Spectrum Disorder) ແມ່ນຄວາມພິການຕລອດຊີວິດ ທີ່ເກີດຈາກການສໍາຜັດເຫຼົ້າກ່ອນຄອດ, ແຕ່ເນື່ອງຈາກຜົນກະທົບຂອງມັນ ມັກຈະຖືກປິດບັງ, ມັນອາດຈະບໍ່ຖືກຮັບຮູ້ໄດ້ເວລາຫຼາຍປີ. ຄໍາແນະນໍາດ້ານສຸຂະພາບ ຂອງອອສເຕຣເລັຍ ແນະນໍາບໍ່ໃຫ້ດື່ມເຫຼົ້າ ໃນຊ່ວງຖືພາ ຫຼືໃນຂນະທີ່ວາງແຜນຖືພາ, ແຕ່ການເຮັດໃຫ້ຄົນຮູ້ສຶກພ້ອມທີ່ຈະເປີດເຜີຍການໃຊ້ເຫຼົ້າ ແລະຂໍຄວາມຊ່ວຍເຫຼືອ ກໍເປັນສ່ວນສໍາຄັນຂອງການປ້ອງກັນ ແລະສນັບສນູນເຊັ່ນກັນ. -
ການປາບປາມຢາສູບຜິດກົດໝາຍໃນ ອອສເຕຣເລັຍ. 08.10.2026 8mຜົນກະທົບຂອງການປາບປາມຢ່າງເຂັ້ມງວດ ຂອງ Queensland ຕໍ່ການຄ້າຢາສູບຜິດກົດຫມາຍ ໄດ້ກາຍເປັນສາເຫດ ຂອງການຖົກຖຽງທາງການເມືອງອີກຄັ້ງ ກ່ຽວກັບການຮຽກຮ້ອງ ໃຫ້ຫຼຸດພາສີຂອງຣັດຖະບານກາງ ໃນການຂາຍຢາສູບ. ຣັດຖະບານ New South Wales ກ່າວວ່າ ໄດ້ປິດຮ້ານຂາຍຢາສູບເກືອບ 500 ຮ້ານແລ້ວ, ແຕ່ແທນທີ່ຈະໃຊ້ຊັບພະຍາກອນຕໍາຫຼວດ, ພວກເຂົາກັບຕ້ອງການໃຫ້ຫຼຸດພາສີຢາສູບ ຂອງຣັດຖະບານກາງ. ມັນອ້າງວ່າ ພາສີສິນຄ້າຢາສູບສູງຫຼາຍ ຈົນຊຸກຍູ້ໃຫ້ຜູ້ຄົນປ່ຽນໄປຫາຢາສູບຜິດກົດຫມາຍ. -
ການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະໃນ Melbourne. 08.10.2026 7mການຕໍ່ສູ້ທາງກົດຫມາຍກ່ຽວກັບແຜນການຂອງຣັດຖະບານ Victorianໃນການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະຈໍານວນຫຼາຍ ກໍາລັງໄປສູ່ສະພາສູງ. ຜູ້ອາສັຍກໍາລັງຕັ້ງຄຳຖາມ ກ່ຽວກັບການຕັດສິນໃຈນີ້, ເນື່ອງຈາກການພັດທະນາໃຫມ່ ກໍປະເຊີນກັບການກວດສອບໂດຍສະຫະປະຊາຊາດ. ການຕໍ່ສູ້ນີ້ໄດ້ໄປເຖິງສະຫະປະຊາຊາດ ແລະ ສານສູງຂອງ ອອສເຕຣເລັຍ (the High Court) ແຕ່ຣັດຖະບານ Victorian ຍັງບໍ່ປ່ຽນທ່າທີ່ ແລະຍັງຈະດຳເນີນຕໍ່ໄປ. -
ສລຸບຂ່າວປະຈຳອາທິດ 081026 08.10.2026 12mສລຸບຂ່າວ ປະຈຳອາທິດ ວັນທີ 8 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ການລະລຶກທົ່ວໂລກກໍາລັງເກີດຂຶ້ນ ເພື່ອສເລີມສລອງ ວັນທີ 7 ຕຸລາ ** The Coalition ປະກາດການຫຼຸດການຍ້າຍຖິ່ນຖານ, ແຕ່ຜູ້ຊ່ຽວຊານເຕືອນເຖິງຜົນກະທົບທາງເສດຖະກິດ... ແລະໃນ ຂ່າວກິລາ... ** ຕໍານານບານເຕະ Lionel Messi ລົງເຕະນັດສຸດທ້າຍ ໃຫ້ Argentina. -
ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່ 01.10.2026 14mຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ? -
ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ 01.10.2026 6mຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ. -
ວ່າດ້ວຍ ເວລາໃນລະດູຮ້ອນ (Daylight Saving Time) 01.10.2026 10mເຖິງເວລານັ້ນຂອງປີອີກແລ້ວ ທີ່ຢ່າງນ້ອຍບາງຄົນໃນອອສເຕຣເລັຍ ເຫັນໂມງຂອງພວກເຂົາປ່ຽນ. ແຕ່ເວລາໃນລະດູຮ້ອນ (Daylight Saving Time) ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ການມີແສງທັມມະຊາດ ໄດ້ຖືກພິສູດແລ້ວວ່າ ມີປໂຍດຫຼາຍຕໍ່ສຸຂະພາບສ່ວນບຸກຄົນ ແລະສັງຄົມ, ແຕ່ຫຼາຍຄົນຮູ້ສຶກວ່າ ການປັບໂຕປະຈໍາປີນີ້.... ບໍ່ຈໍາເປັນ. -
ສລຸບຂ່າວປະຈຳອາທິດ 01 ຕຸລາ 2026 01.10.2026 12mສລຸບຂ່າວ ປະຈຳອາທິດ ວັນທີ 1 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ຜູ້ໂດຍສານເລົ່າເຖິງຄວາມຢ້ານກົວ ແລະຄວາມວຸ່ນວາຍຫຼັງການປະທະວິວາດກັນໃນເຮືອບິນໄປອິສຣາເອລ ... ** ທະຫານອາເມຣິກາທັງຫມົດຖືກຖອນອອກຈາກ Iraq ... ແລະໃນ ຂ່າວກິລາ... ** Nathan Cleary ໄດ້ຮັບລາງວັນຫຼຽນ Dally M ຂອງ NRL... -
Who really runs Australia, and where you fit in | How Australia Works - ທ່ານຮູ້ບໍ່ວ່າ ໃຜ ແມ່ນຜູ້ປົກຄອງອອສເຕຣເລັຍແທ້? 29.09.2026 5mDo you know who can help you with a business permit, a rental problem or family support? Through the stories of Fedele, Carol and Abeer, learn how Australia’s three levels of government work. Find out what local, state or territory, and federal governments are responsible for and where to turn for help. - ທ່ານຮູ້ບໍ່ວ່າໃຜສາມາດຊ່ວຍທ່ານໃນເລື່ອງໃບອະນຸຍາດທຸຣະກິດ, ບັນຫາການເຊົ່າ ຫຼື ການສນັບສນູນຄອບຄົວ? ຜ່ານເລື່ອງລາວຂອງ Fedele, Carol ແລະ Abeer, ຮຽນຮູ້ວ່າ ຣັດຖະບານສາມລະດັບ ຂອງອອສເຕຣເລຍ ເຮັດວຽກແນວໃດ. ຄົ້ນພົບວ່າຣັດຖະບານທ້ອງຖິ່ນ, ລະດັບຣັດ ຫຼື ເຂດປົກຄອງ, ແລະ ຣັດຖະບານກາງຮັບຜິດຊອບຫຍັງ ແລະ ຈະໄປຂໍຄວາມຊ່ວຍເຫຼືອຈາກໃສ.How Australia Works is an SBS podcast that uses real stories and clear explanations to help you understand how government work in Australia, how laws are made and changed, and how you can have a say. Listen to the series and find shorter versions in 60 languages on the How Australia Works main page. - How Australia Works ແມ່ນພອດຄາສຕ໌ຂອງ SBS ທີ່ໃຊ້ເລື່ອງຊີວິດຈິງແລະການອະທິບາຍທີ່ຊັດເຈນເພື່ອຊ່ວຍໃຫ້ທ່ານເຂົ້າໃຈ ວ່າຣັດຖະບານອອສເຕຣເລັຍເຮັດວຽກແນວໃດ, ກົດຫມາຍຖືກສ້າງ ແລະປ່ຽນແປງແນວໃດ, ແລະທ່ານສາມາດມີສ່ວນຮ່ວມໄດ້ແນວໃດ. ຟັງຊຸດນີ້ ແລະຄົ້ນຫາສະບັບສັ້ນໃນ 60 ພາສາທີ່:How Australia Works main page. -
Prostate cancer in Australia: Testing, treatment and support - ມະເຮັງຕ່ອມລູກໝາກ ໃນອອສເຕຣເລັຍ: ການທົດສອບ, ການຮັກສາ ແລະ ການສນັບສນູນ. 24.09.2026 13mAbout one in five Australian men will be diagnosed with prostate cancer in their lifetime. Understanding the prostate, your risk and the options for testing can help with early detection and treatment. In this episode of Australia Explained, learn about prostate cancer, PSA testing, treatment and support. - ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ. ການເຂົ້າໃຈຕ່ອມລູກໝາກ, ຄວາມສ່ຽງຂອງທ່ານ ແລະທາງເລືອກໃນການກວດ ສາມາດຊ່ວຍໃນການກວດພົບ ແລະການຮັກສາໃນຕອນຕົ້ນ. ໃນຕອນນີ້ຂອງລາຍການ Australia Explained, ມາຮຽນຮູ້ກ່ຽວກັບມະເຮັງຕ່ອມລູກໝາກ, ການທົດສອບ PSA, ການຮັກສາ ແລະການ ສນັບສນູນ.
Popular in
The podcast also appears in the podcast charts of these countries.